ຫຼັການສະຫະກອນສາກົນ

ຫຼັກການສະຫະກອນທີ່ນຳໃຊ້ໃນປັດຈຸບັນ ເປັນຜົນສຶບເນື່ອງມາຈາກລະບຽບປະຕິບັດຂອງຜູ່ນຳ ແຫ່ງເມືອງຣອດເດລ ປະເທດອັງກິດ ເຊິ່ງເປັນຜູ່ ສ້າງຮ້ານຄ້າສະຫະກອນຂື້ນໃນປີ ພ.ສ. 2387 (ຄ.ສ 1844) ເຊິ່ງນັບໄດ້ວ່າເປັນຮ້ານຄ້າສະຫະກອນແຫ່ງທຳອິດຂອງໂລກ ທີ່ດຳເນີນງານປະສົບຜົນສຳເລັດ ໃນສະໃໝທຳອິດໄດ້ມີການປັບປຸງແກ້ໄຂ ແລະ ປະກາດຫຼັກການປີ ພ.ສ.2403 (ຄ.ສ. 1860) ດັ່ງຕໍ່ໄປນີ້:

ປີ ຄ.ສ 1995 ໄດ້ມີການປະກາດໃຫ້ສະຫະກອນທຸກປະເທດນຳໃຊ້ທົ່ວກັນມີ 7 ຫຼັກການ ເຊິ່ງຫຼັກການສະຫະກອນເປັນແນວທາງສຳລັບສະຫະກອນຕ່າງໆ ໃນການນຳຄ່ານິຍົມຂອງສະຫະກອນໄປປະຕິບັດ ເຊິ່ງຄ່ານິຍົມຂອງສະຫະກອນຕາມທີ່ ICA (ອົງການ ICA: International Cooperative Alliance) ໄດ້ບັນທຶກໄວ້ເປັນຫຼັກຖານຄ່ານິຍົມພື້ນຖານຂອງສະຫະກອນ ເຊັ່ນ: ກຸ້ມຕົນເອງ ແລະ ມີຄວາມຮັບຜິດຊອບ, ປະຊາທິປະໄຕ, ຄວາມສະເໝີພາບ, ຄວາມເທົ່າທຽງກັນ ແລະ ຄວາມສາໝັກຄີ. ສະມາຊິກຕ້ອງມີຄວາມຊື່ສັດ, ໂປ່ງໃສ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ເອື້ອເຝື້ອເພື່ອແພ່ຕໍ່ຜູ້ອຶ່ນຕາມແບບແຜນທີ່ສຶບທອດມາຈາກຜູ້ລິເລີ່ມສະຫະກອນ ເຊື່ງ 7 ຫຼັກການປະກອບມີຄື:

1. ການເປີດຮັບສະມາຊິກທົ່ວໄປຕາມຄວາມສະໝັກໃຈ

ສະຫະກອນເປັນອົງກອນແຫ່ງຄວາມສະໝັກໃຈທີ່ເປີດຮັບບຸກຄົນທັງຫຼາຍທີ່ສາມາດໃຊ້ບໍລິການສະຫະກອນ ແລະ ເຕັມໃຈຮັບຜິດຊອບໃນສະຖານະສະມາຊິກໂດຍປາສະຈາກການກີດກັ້ນທາງເພດ, ສັງຄົມ, ເຊື່ອຊາດ, ການເມືອງ ແລະ ສາດສະໜາ.

2.ການຄວບຄຸມຕາມຫຼັກການປະຊາທິປະໄຕ ແລະ ການດຳເນີນງານເປັນອິດສະຫຼະ

ເຊິ່ງໝາຍຄວາມວ່າ: ສະຫະກອນເປັນອົງກອນທີ່ຕັດສິນໃຈດ້ວຍຕົນເອງ ແລະ ປົກຄອງຕົນເອງຄື: ໃຫ້ທີ່ປະຊຸມໃຫຍ່ຂອງສະມາຊິກເປັນອົງການຈັດຕັ້ງທີ່ອຳນາດສູງສຸດ ໃນການກຳນົດທິດທາງການດຳເນີນກິດຈະການຂອງສະຫະກອນ ສະມາຊິກໃນສະຫະກອນທຸກຄົນມີອຳນາດໃນການອອກສຽງໄດ້ເທົ່າທຽມກັນຄົນລະໜຶ່ງສຽງ.

3. ການມີສ່ວນຮ່ວມທາງເສດຖະກິດຂອງສະມາຊິກ

ສະມາຊິກທຸກຄົນປະກອບສ່ວນ(ຮຸ້ນ)ເທົ່າທຽມກັນ, ແລະ ທືນຂອງສະຫະກອນ ແມ່ນຄຸ້ມຄອງແບບປະຊາທິປະໄຕ ເຊີ່ງຜົນປະໂຫຍດສະມາຊິກແມ່ນຕາມອັດຕາສ່ວນຂອງພວກເຂົາເຈົ້າທີ່ປະກອບໃນການດໍາເນີນທຸລະກິດສະຫະກອນ ມັນເປັນການສະແດງເຈດຈຳນົງທີ່ແນ່ນອນວ່າການເຂົ້າຮ່ວມໃນສະຫະກອນ ແມ່ນບໍ່ຫວັງຜົນຕອບແທນແບບສະແຫວງຜົນກຳໄລສູງສຸດ ແຕ່ເປົ້າໝາຍແມ່ນເພື່ອໄດ້ຮັບບໍລິການທີ່ດີຈາກສະຫະກອນນັ້ນ.

ຄວາມເປັນເອກະລາດ ແລະ ອິດສະລະພາບ

ສະຫະກອນມີຄວາມເປັນເອກະລາດ, ເປັນອົງການຈັດຕັ້ງທີ່ຊ່ວຍເຫຼືອຕົນເອງ ສາມາດຄວບຄຸມໂດຍສະມາຊິກ. ຖ້າຫາກສະຫະກອນຕົກລົງກັບອົງການຈັດຕັ້ງອື່ນໆ ຫຼື ເພີ້ມທຶນຈາກແຫຼ່ງທຶນພາຍນອກແມ່ນຕ້ອງອີງຕາມເງື່ອນໄຂຄຸ້ມຄອງແບບປະຊາທິປະໄຕໂດຍສະມາຊິກ ແລະ ເພື່ອຮັກສາຄວາມເປັນເອກະລາດຂອງສະຫະກອນ, ກໍາໄລທີ່ສະຫະກອນສ້າງຂື້ນ ເປັນຂອງສະມາຊິກທຸກຄົນໃນສະຫະກອນນັ້ນ ຈຳເປັນຕ້ອງຈັດສັນ ໃຫ້ສະມາຊິກທຸກຄົນມີຄວາມສະເໝີພາບທີ່ຈະໄດ້ຮັບຢ່າງເທົ່າທຽມ ໂດຍການແບ່ງປັນໃຫ້ສະມາຊິກຕາມທຸລະກິດທີ່ເຮັດກັບສະຫະກອນ.

5. ການສົ່ງເສີມການສຶກສາ, ຝຶກອົບຮົມ, ການໄດ້ຮັບຂໍ້ມູນຂ່າວສານ

ສະຫະກອນສະຫນອງການສຶກສາ ແລະ ການຝຶກອົບຮົມໃຫ້ແກ່ສະມາຊິກ, ການເລືອກຕັ້ງຜູ້ຕາງຫນ້າ, ຜູ້ອໍານວນການ ແລະ ພະນັກງານ ທີ່ມີຄວາມຮູ້ຄວາມສາມາດ ສາມາດປະກອບສ່ວນການພັດທະນາຂອງສະຫະກອນ. ຄວາມເຂົ້າໃຈວຽກຂອງສະຫະກອນ, ມີອຸດົມການສະຫະກອນ ເຮັດໃຫ້ສະຫະກອນມີຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງສະຫະກອນນີ້ເກີດຂື້ນໄດ້ກໍ່ຍ້ອນຂະບວນການທາງການສຶກສາ.

6. ການຮ່ວມມືລະຫວ່າງສະຫະກອນ

ສະຫະກອນສາມາດບໍລິການສະມາຊິກໄດ້ຢ່າງມີປະສິດທິຜົນທີ່ສຸດ ແລະ ເປັນການສ້າງຂະບວນການສະຫະກອນທີ່ເຂັ້ມແຂງເປັນອັນໜຶ່ງອັນດຽວກັນຕັ້ງແຕ່ລະດັບທ້ອງຖິ່ນ, ລະດັບຊາດ ແລະ ລະດັບນາໆຊາດ ເພື່ອໃຫ້ກິດຈະການສະຫະກອນໄດ້ໃຫ້ປະໂຫຍດສູງສຸດແກ່ສະມາຊິກຫຼາຍກວ່າຄົນໃນທຸລະກິດອື່ນ.

7. ຄວາມຫ່ວງໄຍຕໍ່ຊຸມຊົນ

ໃນຂະນະທີ່ສຸມໃສ່ຄວາມຕ້ອງຂອງສະມາຊິກ ສະຫະກອນເຮັດວຽກພັດທະນາແບບຍືນຍົງຂອງຊຸມຊົນ ໂດຍຜ່ານການນະໂຍບາຍ ແລະ ບັນດາໂຄງການທີ່ໄດ້ຮັບການຍອມຮັບໂດຍສະມາຊິກ.