ປະຫວັດຄວາມເປັນມາຂອງສະຫະກອນໃນ ສປປ ລາວ

ໃນຄະນະທີ່ທົ່ວໂລກ ໄດ້ເລີ່ມແຜ່ຂະຫຍາຍກິດຈະການ ສະຫະກອນໃນປະເທດຂອງຕົນມາດົນນານ ສ່ວນ ສປປ ລາວ ເຮົາກ່ອນປີ ຄ.ສ 1975 ໃນເຂດທີ່ໝັ້ນປົດປ່ອຍ ກໍ່ໄດ້ມີແນວຄິດ ແລະ ສ້າງເປັນສະຫະກອນນາລວມ ເພື່ອປະກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍປະເທດຊາດ ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ ໃນປີ ຄ.ສ. 1975 ຫຼັງຈາກນັ້ນລັດຖະບານໃນລະບອບການປົກຄອງແບບສັງຄົມນິຍົມ ໄດ້ພະຍາຍາມຫາທາງແກ້ໄຂບັນຫາ ແລະ ພັດທະນາສ້າງເສດຖະກິດຂອງຊາດ ຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍນໍາໃຊ້ຍຸດທະສາດເສດຖະກິດແບບລວມສູນ ໂດຍການເຕົ້າໂຮມຄົນເຂົ້າໃນການຈັດຕັ້ງ ເພື່ອສ້າງຮາກຖານຂັ້ນບ້ານໃຫ້ເຂັ້ມແຂງ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ປະເທດຊາດ ແລະ ລະບອບການປົກຄອງ ໃນໄລຍະນີ້ລັດຖະບານໄດ້ສ້າງຕັ້ງຄະນະຊີ້ນໍາສະຫະກອນສູນກາງ ໃນປີ ຄສ 1987 ໂດຍຂື້ນກັບຫ້ອງວ່າການສະພາລັດຖະມົນຕີ ເຊີ່ງແມ່ນຮອງນາຍົກລັດຖະມົນຕີ ເປັນປະທານຄະ ນະຊີ້ນໍາ ຈົນມາຮອດປີ ຄສ 1983 ໄດ້ໂອນຍ້າຍຂື້ນກັບກະຊວງກະຊິກໍາ ປ່າໄມ້ ຊົນລະປະທານ ແລະ ສະຫະກອນກະ ເສດ ແລະ ພັດທະນາຊົນນາບົດ ຈົນເຖີງປີ ຄສ 1992 ໃນປີ ຄ.ສ 1986 ເຊີ່ງເປັນໄລຍະແຫາງການປັບໂຕທາງດ້ານຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຕາມທິດທາງກົນໄກໃໝ່ ຈາກການວາງແຜນເສດຖະແບບລວມສູນ ໄປສູ່ເສດຖະກິດແບບອີງໃສ່ກົນໄກຕະຫຼາດເຖີງແມ່ນວ່າໄລຍະຜ່ານມາບັນດາສະຫະກອນຕ່າງໆທີ່ໄດ້ຖືກສ້າງຕັ້ງນັ້ນຈະບໍ່ປະສົບຄວາມສໍາເລັດກໍ່ຕາມ ເຊີ່ງມັນຂື້ນກັບຫຼາຍປັດໄຈໃນເວລານັ້ນ ໜື່ງໃນປັດໄຈເຫຼົ່ານັ້ນແມ່ນການຂາດຄວາມຮູ້ຄວາມເຂົ້າໃຈໃນຫຼັກການພື້ນຖານຂອງການຄຸ້ມຄອງສະຫະກອນຂອງສະມາຊິກນັ້ນເອງ ແຕ່ຢ່າງໜ່ອຍມັນກໍ່ເປັນບົດ ຮຽນອັນສໍາຄັນທີ່ສຸດໃນວຽກງານການພັດທະນາສະຫະກອນຢູ່ ສປປ ລາວ ໃນໄລຍະຕໍ່ມາຮອດປີ ຄສ 2010 ລັດຖະ ບານໄດ້ອອກດໍາລັດວ່າດ້ວຍສະຫະກອນ ເລກທີ 136/ນຍ, ລົງວັນທີ 05 ມີນາ 2010 ເຊີ່ງມັນເປັນຈຸດເລີ່ມຕົ້ນ ແລະ ບາດກ້າວທີ່ສໍາຄັນເຮັດໃຫ້ວຽກງານສະຫະກອນ ຢູ່ ສປປ ລາວ ແມ່ນພາກສ່ວນໜື່ງທີ່ມີບົດບາດສໍາຄັນໃນການພັດທະ ນາເສດຖະກິດ ແລະ ປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນ.

ປະຫວັດຄວາມເປັນມາຂອງສະຫະກອນໃນ ສປປ ລາວ

ສປປ ລາວ ໄດ້ມີຄວາມສຳພັນກັບປະເທດທີ່ຢູ່ໄກ້ຄຽງຫລາຍຂຶ້ນ ໂດຍສະເພາະໃນເຂດ ອາຊີຕາເວັນອອກສຽງໄຕ້ ໃນໄລຍະທີ່ປະເທດເຫຼົ່ານີ້ ກໍາລັງສຸມໃສ່ການພັດຖະນາເສດຖະກິດ-ສັງຄົມ ຈຶ່ງເຮັດໃຫ້ຄົນໄດ້ມີການປ່ຽນແປງແບບຜົນຜະລິດເພື່ອບໍລິໂພກພາຍໃນໄດ້ຫັນປ່ຽນຜະລິດເພື່ອການສົ່ງອອກ ຫລື ຄ້າຂາຍກັບຕ່າງປະເທດ. ພໍ່ຄ້າຄົນກາງ ແລະ ນາຍທຶນ ເລີ້ມເຂົ້າມາມີບົດບາດໃນລະບົບເສດຖະກິດຮູບແບບໃຫມ່ຫລາຍຂຶ້ນ ສະຖານະການດັ່ງກ່າວໄດ້ຊຸກຍູ້ໃຫ້ຊາວນາ ຕົກເປັນໜີ້ນາຍທຶນ ແລະ ພໍ່ຄ້າຂາຍຄົນກາງ ອັນເນື່ອງຈາກຊາວນາບໍ່ມີຄວາມອາດສາມາດເຂົ້າເຖີງແຫຼ່ງທຶນຂອງລັດຖະບານ ແລະ ທະນາຄານຖຸລະກິດ ເຊີ່ງສ່ວນໃຫຍ່ແລ້ວການບໍລິການແມ່ນມີສະເພາະໃນຕົວເມືອງໃຫຍ່ ພ້ອມດຽວກັນນັ້ນວົງເງິນກູ້ກໍ່ສູງເກີນຄວາມຕ້ອງການຂອງຊາວນາ ເຮັດໃຫ້ຕ້ອງຫັນໄປຫາແຫຼ່ງທຶນນອກລະບົບ ເປັນສາເຫດໃຫ້ຕ້ອງສູນເສຍຊັບສິນທີ່ດິນທຳມາຫາກິນ ແລະ ຍົກຍ້າຍໄປຫາບ່ອນໃຫມ່ແຕ່ກໍ່ພົບກັບບັນຫາເກົ່າ ສະພາບຄວາມທຸກໄດ້ເຂົ້າເຖິງຊາວນາທົ່ວປະເທດ ດັ່ງນັ້ນເພື່ອແກ້ໄຂບັນຫາຂາດແຫຼ່ງທຶນ ແລະ ການເຂົ້າເຖີງແຫຼ່ງທຶນຂອງຊາວນາ ຕໍ່ມາໃນປີ ຄ.ສ 2002 ໄດ້ລິເລີ້ມໂຄງການການເງິນຈຸລະພາກຢູ່ ສປປ ລາວ ທີ່ເລີ້ມຈາກ ກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຂອງກຸ່ມແມ່ຍີງລາວ ໂດຍມຸນນິທິເພື່ອການບໍລິຫານກະສິກໍາແບບປະສົມ ແລະ ສີ່ງແວດລ້ອມ (FIAM,ອົງການອິດສະລະຂອງປະເທດໄທ) ເຊີ່ງດໍາເນີນງານພາຍໃຕ້ໂຄງການພັດທະນາເຂດຫ່າງໄກຊອກຫຼີກສໍາລັບແມ່ຍີງ ທີ່ຂື້ນກັບສະຫະພັນແມ່ຍີງລາວ ເຊີ່ງເປັນຕົ້ນແບບໃຫ້ບັນດາກອງທຶນບ້ານໃນ ສປປ ລາວ ເມື່ອການດໍາເນີນງານຂອງກອງທຶນບ້ານເລີ້ມເຕີບໃຫຍ່ຂະຫຍາຍໂຕ ແລະ ພັດທະນາຂື້ນເລື້ອຍໆ ມາຮອດປີ 2004 ທະນາຄານແຫ່ງ ສປປ ລາວ ໄດ້ອອກ “ກົດລະບຽບກ່ຽວກັບການຄຸ້ມຄອງການສ້າງຕັ້ງ ແລະ ການດໍາເນີນງານຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ແບບທົດລອງ” ເລກທີ 256/ກຄທສ,ລົງວັນທີ 12 ພືດສະພາ 2004 ເຊີ່ງເປັນບາດກ້າວເລີ້ມຕົ້ນ ແລະ ສໍາຄັນແຫ່ງຂະບວນການພັດທະນາ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຂອງ ສປປ ລາວ ໂດຍການເລີ້ມຈາກການທົດລອງຫັນເອົາກອງທຶນບ້ານທີ່ມີເຂັ້ມແຂງໃນການບໍລິຫານຈັດການມາເປັນ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ (ສສງ). ໃນໄລຍະນີ້ຂະບວນການພັດທະນາ ແລະ ການຂະຫຍາຍຕົວ ຂອງ ສສງ ມີ່ທ່າອ່ຽງເພີ້ມຂື້ນເຮັດໃຫ້ຮູບແບບ,ວິທີການຂອງ ສສງ ເປັນທີ່ຮູ້ຈັກຫຼາຍຂື້ນໃນສັງຄົມ. ຈົນມາຮອດປີ 2008 ທະນາຄານແຫ່ງ ສສປ ລາວ ຈື່ງໄດ້ອອກຂໍ້ກໍານົດ ເລກທີ 03/ທຫລ, ລົງວັນທີ 20 ມິຖຸນາ 2008 ວ່າດ້ວຍ ການຄຸ້ມຄອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເພື່ອນໍາໃຊ້ໃນການພັດທະນາ ແລະ ຄຸ້ມຄອງ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຈົນເຖີງປະຈຸບັນ ພ້ອມດຽວກັນນັ້ນວິວັດທະນາການ ແລະ ຂະບວນການຂອງສະຫະກອນເລີ້ມແຜ່ຂະຫຍາຍໂຕໄປສູ່ຂະແໜງການອື່ນໆ ເຊັ່ນ ກະສິກໍາ ໂດຍໃນປີ 2010 ລັດຖະບານ ໄດ້ອອກລໍາລັດວ່າດ້ວຍ “ສະຫະກອນ” ເລກທີ 136/ນຍ,ລົງວັນທີ 05 ມີນາ 2010 ເຊີ່ງປະຈຸບັນຈໍານວນ ສສງ ທັງໝົດ 36 ແຫ່ງ.