1. ສະມາຊິກສະຫະກອນແມ່ນໃຜ ?
ສະມາຊິກຂອງສະຫະກອນສິນເຊື່ອ ໝາຍເຖິງປະຊາຊົນທີ່ເຮັດອາຊີບຕ່າງໆ,
ຢູ່ໃນວົງສຳພັນດຽວກັນ ແລະ
ສະໝັກໃຈເຂົ້າເປັນສະມາຊິກສະຫະກອນໂດຍບໍ່ມີການບັງຄັບ ແລະ
ລາອອກດ້ວຍຄວາມສະໝັກໃຈ ຖ້າບໍ່ມີພັນທະຫຍັງກັບສະຫະກອນ. ວົງສຳພັນ
ໝາຍຄວາມວ່າສະມາຊິກທີ່ມີຖິ່ນຖານອາໄສຢູ່ໃນບໍລິເວນດຽວກກັນ ເຊັ່ນ:
ໃນບ້ານດຽວກັນ, ເມືອງ ຫຼື ແຂວງດຽວກັນ ແລະ ບຸກຄົນທີ່ປະກອບອາຊີບ ຫຼື
ຢູ່ໃນສະມາຄົມດຽວກັນ ເຊັ່ນ: ພະນັກງານໂຮງງານ, ພະນັກງານລັດ, ຫຼື
ສະມາຄົມຄົນຕາບອດ ແລະ ຄົນພິການເປັນຕົ້ນ.
2. ປະເພດຂອງສະມາຊິກ
ສະມາຊິກໃນສະຫະກອນສິນເຊື່ອມີ 2 ປະເພດຄື:
-
- ສະມາຊິກສາມັນ
ແມ່ນບຸກຄົນທີ່ບັນລຸນິຕິພາວະ, ໄດ້ຜ່ານຂະບວນການເປັນສະມາຊິກຂອງສະຫະກອນໂດຍ
-
- ສະມາຊິກສະໜັບສະໜູນ
ແມ່ນບຸຄົນທີ່ບັນລຸນິຕິພາວະ ຫຼື ບໍ່ບັນລຸນິຕິພາວະ ສະໝັກເປັນສະມາຊິກສະຫະກອນ ເພື່ອໃຊ້ບໍລິການຂອງສະຫະກອນບາງຢ່າງ ແຕ່ບໍ່ມີສິດເປັນຕົວແທນ ຫຼື ໃຊ້ສິດອອກສຽງໃນສະຫະກອນ.
ສະຫະກອນ ເພື່ຶອໃຊ້ບໍລິການຂອງສະຫະກອນບາງຢ່າງ ແຕ່ບໍ່ມີສິດເປັນຕົວແທນ ຫຼື ໃຊ້ສິດອອກສຽງໃນສະຫະກອນ.
3. ຄຸນສົມບັດຂອງສະມາຊິກສາມັນ
-
1) ເປັນບຸກຄົນທີ່ອາໄສຢູ່ເຂດທີ່ສະຫະກອນແຫ່ງນັ້ນກໍານົດ
-
2) ສົນໃຈ ແລະ ເຫັນດີກັບຈຸດປະສົງຂອງສະຫະກອນ
-
3) ເປັນບຸກຄົນທີ່ບັນລຸນິຕິພາວະ
-
4) ເປັນຜູ້ມີຄວາມພຶດຕິກຳຊື່ສັດ ແລະ ນິໄສດີ
-
5) ເປັນຜູ້ທີ່ພ້ອມປະຕິບັດຕາມກົດລະບຽບຂອງສະຫະກອນ
-
6) ໄດ້ຮັບການຝຶກອົບຮົມ ແລະ ມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບສະຫະກອນສິນເຊື່ອພໍສົມຄວນ
-
7) ເປັນບຸກຄົນທີ່ບໍ່ເຮັດສິ່ງທີ່ສ້າງຄວາມເສຍຫາຍໃຫ້ສະຫະກອນ
-
8) ເປັນຜູ້ທີ່ມີຄວາມຕັ້ງໃຈ ແລະ ພ້ອມທີ່ຈະປະຕິບັດຕາມກົດລະບຽບ
-
9) ບໍ່ແມ່ນສະມາຊິກສະຫະກອນແຫ່ງອື່ນ
4.ຄຸນສົມບັດຂອງສະມາຊິກສະໜັບສະໜູນ
-
1) ເປັນຜູ້ທີ່ເຫັນດີໃນຈຸດປະສົງຂອງສະຫະກອນ
-
2) ເປັນຄົນທົ່ວໄປທີ່ບັນລຸນິຕິພາວະ ແລະ ບໍ່ບັນລຸນິຕິພາວະ (ກໍລະນີບໍ່ບັນລຸນິຕິພາວະຕ້ອງໄດ້ຮັບຄຳຍິນຍອມຈາກຜູ້ປົກຄອງ ແລະ ມີລາຍລັກອັກສອນ)
-
3) ເປັນບຸກຄົນທີ່ອາໄສຢູ່ເຂດທີ່ກໍານົດ
-
4) ເປັນຄົນທີ່ມີພຶດຕິກຳດີ
-
5) ເປັນຜູ້ທີ່ປະຕິບັດຕາມລະບຽບກົດໝາຍ, ກົດລະບຽບ, ຂໍ້ຕົກລົງ ແລະ ຄຳຊີ້ນຳຂອງສະຫະກອນ
5.ຂັ້ນຕອນການເປັນສະມາຊິກ
-
1) ຍື່ນໃບສະໝັກໃຫ້ຫ້ອງການສະຫະກອນ
-
2) ຈ່າຍຄ່າທຳນຽມຄັ້ງທຳອິດ ແລະ ຄ່າຫຸ້ນງວດທຳອິດ
-
3) ຝຶກອົມຮົມເປັນເວລາ 3 ເດືອນ ຫຼື 6 ເດືອນ
-
4) ຜ່ານການຝຶກອົມຮົມຈາກຄະນະກຳມາການບໍລິຫານ
-
5) ຄະນະກຳມະການ, ຜູ້ອຳນວຍການ ພິຈາລະນາອະນຸມັດເປັນສະມາຊິກໂດຍສົມບູນ
6. ບົດບາດ ແລະ ໜ້າທີ່ຂອງສະມາຊິກທີ່ກ່ຽວກັບການບໍລິຫານງານຂອງສະຫະ ກອນ
-
1) ເຂົ້າຮ່ວມກອງປະຊຸມ ແລະ ກອງປະຊຸມໃຫຍ່ດ້ວຍຕົນເອງທຸກຄັ້ງ
-
2) ເລືອກຕັ້ງຄະນະກຳມະການບໍລິຫານ, ຄະນະກວດສອບກິດຈະກຳ, ເພື່ອໃຫ້ໄດ້ຄົນທີ່ດີ, ມີຄວາມສາມາດ ເພື່ອເຂົ້າມາບໍລິຫານ ແລະ ກວດສອບ.
-
3) ທ້ອນເງິນ ແລະ ຊື້ຫຸ້ນໃນສະຫະກອນ, ຮ່ວມມືກັນຈັດຫາແຫ່ງທຶນ ເພື່ຶອໃຫ້ສະຫະກອນມີທຶນດຳເນີນງານຫຼາຍຂຶ້ນ ແລະ ນຳເງິນມາຝາກໄວ້ກັບສະຫະກອນ
-
4) ອຸດໜູນ ຫຼື ໃຊ້ບໍລິການຂອງສະກອນຢ່າງສະໜັບສະເໝີ
-
5) ຕ້ອງໝັ່ນສຶກສາຫາຄວາມຮູ້ກ່ຽວກັບກົດໝາຍ, ຂໍ້ບັງຄັບ ແລະ ກົດລະບຽບຕ່າງໆຂອງສະຫະກອນເພື່ອຊ່ວຍແກ້ໄຂປັບປຸງໃຫ້ສະຫະກອນກ້າວໜ້າຂຶ້ນ.
-
6) ຊີ້ແຈງ ແລະ ອະທິບາຍໃຫ້ຜູ້ອຶ່ນເຂົ້າໃຈກ່ຽວກັບເລື່ອງສະຫະກອນ ເມື່ອມີຜູ້ເວົ້າເຖິງສະຫະກອນໃນທາງທີ່ບໍ່ຖືກຕ້ອງ ສະມາຊິກສະຫະກອນຕ້ອງອະທິບາຍຊີ້ແຈ້ງປ້ອງກັນໃຫ້ສະຫະກອນ.
-
7) ຮ່ວມມືທຸກທາງ ເພື່ອໃຫ້ເກີດຄວາມກ້າວໜ້າໃຫ້ສະຫະກອນ
-
8) ໃນກອງປະຊຸມຕ້ອງສະເໜີບັນຫາ ແລະ ຮ່ວມສະແດງຄວາມຄິດເຫັນໃນການອອກສຽງ ສະມາຊິກຕ້ອງຍອມຮັບຜົນການສະຫຼຸບຈາກສຽງສ່ວນຫຼາຍຂອງກອງປະຊຸມ
-
9) ເຂົ້າໃຈ ແລະ ຮູ້ວິທີການບໍລິຫານທຸລະກິດຂອງສະຫະກອນ ແລະ ໃຫ້ຂ່າວສານຕ່າງໆ ເມື່ອສະຫະກອນຂໍຮ່ວມມື.
7.ປະໂຫຍດຂອງການເປັນສະມາຊິກສະຫະກອນ
-
1) ເປັນຄົນຮູ້ປະຫຍັດ ແລະ ທ້ອນອອມ: ສະຫະກອນສິນເຊື່ອ ສ້າງຕັ້ງຢູ່ໃນຊຸມຊົນຂອງສະມາຊິກນັ້ນເອງ ສະມາຊິກສະຫະກອນຈຶ່ງມີບ່ອນທ້ອນເງິນທີ່ສະດວກ ແລະ ວ່ອງໄວບໍ່ຕ້ອງເສຍເວລາໃນການເດີນທາງໄປຝາກເງິນຢູ່ບ່ອນໄກໆ ເຖິງວ່າຈະມີເງິນຈຳນວນໜ້ອຍ ຫຼື ຫຼາຍ ສະມາຊິກສາມາດຝາກໄດ້.
-
2) ຊ່ວຍແກ້ໄຂບັນຫາການເງິນ: ເມື່ອສະມາຊິກມີຄວາມເດືອດຮ້ອນ ຫຼື ຄວາມຈຳເປັນທີ່ຕ້ອງໃຊ້ຈ່າຍເງິນ ສະມາຊິກມີສິດທີ່ຈະຂໍກູ້ເງິນຈາກສະຫະກອນໄດ້ໃນອັດຕາດອກເບ້ຍທີ່ເປັນທຳ ຈຳນວນເງິນທີ່ສະມາຊິກກູ້ໄດ້ນັ້ນຂຶ້ນຢູ່ກັບຄວາມຈຳເປັນ ແລະ ຄວາມເດືອດຮ້ອນ, ຄວາມສາມາດໃນການຊຳລະຄືນ ແລະ ການສະສົມເງິນຫຸ້ນຂອງສະມາຊິກ.
-
3) ສ້າງຄວາມໝັ້ນຄົງໃຫ້ສະມາຊິກ ແລະ ຄອບຄົວ: ສະຫະກອນສິນເຊື່ອແຕ່ລະແຫ່ງມີການຈັດບໍລິການໃນຮູບແບບຕ່າງໆ ແລ້ວແຕ່ຄວາມຕ້ອງການຂອງສະມາຊິກ ແລະ ເງິນທຶນທີ່ສະຫະກອນມີຢູ່ ເຊັ່ນ: ບໍລິການກອງທຶນການສົງເຄາະໃຫ້ສະມາຊິກ (ສກ.1), ກອງທຶນສະຫວັດດິການໃຫ້ສະມາຊິກ (ສກ.2) ເຊິ່ງມີສ່ວນສ້າງຄວາມໝັ້ນຄົງໃຫ້ເກີດຂຶ້ນກັບຄອບຄົວ ແລະ ສະມາຊິກ.
-
4) ສາມາດພັດທະນາຊຸມຊົນ ແລະ ສັງຄົມ: ກິດຈະກຳຂອງສະຫະກອນຊ່ວຍໃຫ້ປະຊາຊົນໃນຊຸມຊົນເກີດການປະຢັດ ແລະ ທ້ອນອອມ, ສ້າງກອງທຶນຂຶ້ນໃນຊຸມຊົນ ເພື່ອຊ່ວຍເຫຼືອບຳບັດຄວາມທຸກທີ່ເກີດຂຶ້ນ, ເພື່ອໃຫ້ຮູ້ຈັກການແກ້ໄຂ ແລະ ຕັດສິນໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊຸມຊົນຂອງຕົນເອງ ແລະ ເປັນການຝຶກຜູ້ນຳໃນຊຸມຊົນ.