ຄວາມໝາຍຂອງສະຫະກອນສິນເຊື່ອ

1.ນິຍາມສະຫະກອນ

ສະຫະກອນຕາມຄວາມໝາຍຂອງສະຫະກອນສາກົນນັ້ນໝາຍເຖິງ ການທີ່ຜູ້ຄົນມາລວມກຸ່ມກັນດຳເນີນທຸລະກິດຢ່າງໃດຢ່າງໜຶ່ງ ຫຼື ຫຼາຍຢ່າງ ເພື່ອສະໜອງຄວາມຕ້ອງການຂອງຄົນທັງກຸ່ມ ທີ່ມີຈຸດປະສົງ ແລະ ເປົ້າໝາຍດຽວກັນ ດ້ວຍຄວາມສຳນຶກຂອງມະນຸດ ອັນຈະເປັນຜົນໃຫ້ສາມາດຊ່ວຍຍົກລະດັບຖານະທາງດ້ານເສດຖະກິດ ແລະ ສ້າງຄວາມເຊື່ອໝັ້ນໃນສັງຄົມຕໍ່ສະມາຊິກ ໂດຍບໍ່ໄດ້ສະແຫວງຫາຜົນກຳໄລສູງສຸດ ແຕ່ມີຈຸດປະສົງເພື່ອບໍລິການແກ່ສະມາຊິກເປັນສຳຄັນ ການດຳເນີນທຸລະກິດເປັນການປະຕິບັດງານຂອງສະມາຊິກ, ໂດຍສະມາຊິກ ແລະ ເພື່ອສະມາຊິກ. ສະຫະກອນເປັນອົງກອນໜຶ່ງທີ່ມະນຸດຄິດຄົ້ນຂຶ້ນມາຈາກຜົນຂອງການປ່ຽນແປງທາງດ້ານເສດຖະກິດ ແລະ ສັງຄົມຂະໜາດໃຫຍ່ໃນການປະຕິວັດອຸດສາຫະກຳ ໂດຍຍຶດຫຼັກການຮ່ວມມືກັນທາງເສດຖະກິດໃນກຸ່ມປະຊາຊົນທີ່ມີຄວາມທຸກຍາກ ແລະ ອອ່ນກໍາລັງທາງເສດຖະກິດ, ດຳເນີນການດ້ວຍການຊ່ວຍເຫຼືອຕົນເອງ, ການຮ່ວມທຶນ ແລະ ກຳລັງເງິນດ້ວຍຄວາມສະໝັກໃຈ, ສ້າງຕັ້ງເປັນກຸ່ມເພື່ອປະກອບທຸລະກິດຂອງຕົນເອງ ໂດຍບໍ່ໃຊ້ການສະແຫວງຫາຜົນກຳໄລ ເພື່ອຕັດຄົນກາງທີ່ບໍ່ຈຳເປັນອອກໄປ, ໃຫ້ສະມາຊິກທຸກຄົນມີຄວາມສະເໝີພາບ ແລະ ເທົ່າທຽມກັນ, ບໍ່ຖືເອົາຊັບສິນເປັນໃຫຍ່ ແລະ ຜົນປະໂຫຍດທີ່ໄດ້ນຳມາແບ່ງປັນກັນ ໂດຍວິທີທີ່ຍຸດຕິທໍາໃນລະຫວ່າງທີ່ມີສ່ວນໄດ້ສ່ວນເສຍໃນທຸລະກິດນັ້ນ. ວິທີນີ້ຄືຫຼັກການຮ່ວມມື ຈຶ່ງໄດ້ຊື່ວ່າ "ສະຫະກອນ" ສະຫະກອນແມ່ນການເຮັດວຽກຮ່ວມກັນດ້ວຍຄວາມຮູ້ຄວາມສາມາດ, ຄວາມຊື່ສັດສຸດຈະລິດ, ເມດຕາກັນ. ສະຫະກອນຕ້ອງອາໄສປັດໃຈສຳຄັນທີ່ສຸດຄືຄວາມສາມັກຄີ ແລະ ຄວາມຊື່ສັດ ຖ້າເຂົ້າມາເປັນສະມາຊິກກຸ່ມຕ້ອງຫວັງດີເຊິ່ງກັນ ແລະ ກັນຈຶ່ງຈະເຮັດໃຫ້ກຸ່ມນັ້ນຈະເລີນໄດ້ ຖ້າເຂົ້າມາເປັນສະມາຊິກເພື່ອເອົາປຽບເຊິ່ງກັນ ແລະ ກັນມີແຕ່ຈະລົ້ມລະລາຍ. ສະຫະກອນຄືທຸກຄົນຕ້ອງດຸໜັ່ນພາກພຽນ ພ້ອມກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ມີຊີວິດທີ່ເຂັ້ມແຂງ, ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຖານະດີຂຶ້ນເປັນລຳດັບ ແຕ່ຕ້ອງສ້າງສະຫະກອນໃຫ້ເຂັ້ມແຂງດ້ວຍຄວາມສາມັກຄີ, ຄວາມເອື້ອເຝື້ອເພື່ອແພ່ເຊິ່ງກັນ ແລະ ກັນ, ຊ່ວຍເຫຼືອເຊິງກັນ ແລະ ກັນ ແລະ ມີຄວາມຊື່ສັດສຸດຈະລິດຕໍ່ກັນ.

2. ຄວາມໝາຍຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ແມ່ນໄດ້ລິເລີ່ມສ້າງຕັ້ງກ່ອນໝູ່ໃນປະເທດ ເຢຍລະມັນ ທີ່ໄດ້ມາຈາກ 3 ຄຳຄື: ຄຳວ່າ (Saving) ໝາຍຄວາມວ່າ: ການຝາກເງິນຂອງສະມາຊິກທີ່ສາມາດຝາກ ແລະ ຖອນໄດ້ທຸກເວລາ ຫຼື ຕາມການຕົກລົງໄວ້ຂອງສະຫະກອນ, ຄຳວ່າ (Credit) ໝາຍຄວາມວ່າ: ຄວາມເຊື່ອຖືໄດ້, ຄວາມໄວ້ວາງໃຈໄດ້ ແລະ ຄຳວ່າ (Union) ໝາຍຄວາມວ່າ: ການລວມເປັນໜຶ່ງດຽວກັນ, ເມື່ອລວມຄວາມທັງສາມຄຳເຂົ້າກັນມີຄວາມໝາຍວ່າ ການລວມເອົາຄວາມໄວ້ວາງໃຈຊຶ່ງກັນ ແລະ ກັນເຂົ້າເປັນໜຶ່ງດຽວກັນ ເພື່ອຝາກເງິນ ແລະ ດຳເນີນງານຮ່ວມກັນໃນລັກສະນະສະຫະກອນໃຫ້ບັນລຸເປົ້າໝາຍ. ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ແມ່ນສະຫະກອນທີ່ຈັດຕັ້ງຂຶ້ນໃນກຸ່ມປະຊາຊົນທີ່ອາໄສຢູ່ໃນຊຸມຊົນດຽວກັນເຊັ່ນ: ທີ່ຢູ່ອາໄສ, ບ່ອນເຮັດວຽກ, ສະຖານທີ່ສຶກສາ, ເຮັດອາຊີບດຽວກັນ, ມີກິດຈະກໍາຮ່ວມກັນໃນລັກສະນະຕໍ່ເນື່ອງ ແລະ ບຸກຄົນເຫຼົ່ານັ້ນມີຄວາມປາຖະໜາຈະຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍວິທີການນໍາເງິນຂອງຕົນເອງມາຝາກໄວ້ເປັນທຶນ, ສະມາຊິກທຸກຄົນຈະຕ້ອງຝາກເງິນຕາມຄວາມສາມາດຂອງຕົນເປັນປະຈຳ ແລະ ສະໜໍ່າສະເໝີຕາມທີ່ສະຫະກອນກຳນົດ ແລະ ເງິນໃນສະຫະກອນນີ້ຈະສາມາດຊ່ວຍເຫຼືອສະມາຊິກທີ່ມີຄວາມຈຳເປັນ ແລະ ເດືອດຮ້ອນທາງດ້ານການເງິນສາມາດກູ້ຢືມໄປແກ້ໄຂບັນຫາ ແລະ ບັນເທົາຄວາມເດື່ອຮ້ອນເຫຼົ່ານັ້ນ ຫຼື ບໍ່ເດື່ອຮ້ອນເງິນຝາກກໍຈະມີເພີ້ມຂຶ້ນຫຼາຍ. ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຈຶ່ງເປັນສະຫະກອນທີ່ມີເປົ້າໝາຍໃຫ້ສະມາຊິກຊ່ວຍເຫຼືອຕົນເອງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບໍລິຫານໂດຍສະມາຊິກ ແລະ ເຮັດກິດຈະກໍາທຸກຢ່າງເພື່ອໃຫ້ເກີດປະໂຫຍດສູງສຸດກັບສະມາຊິກ. ຕາມນິຍາມຂອງຂໍ້ຕົກລົງວ່າດ້ວຍ ສສງ ສະບັບເລກທີ 695/ທຫລ ໄດ້ເວົ້າວ່າ: ສະຫະກອນສິນເຊື່ອ ແລະ ເງິນຝສກປະຢັດ (ສສງ) ແມ່ນການຈັດຕັ້ງທຸລະກິດລວມໝູ່ຂອງຜູ້ທີ່ປະກອບອາຊີບດຽວກັນ ຫຼື ອາຊີບອື່ນ ທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ເພື່ອຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ທາງດ້ານທຶນຮອນ ແລະ ໄດ້ຮັບອະນຸຍາດດໍາເນີນທຸລະກິດ ໂດຍສອດຄ່ອງກັບຂໍ້ຕົກລົງສະບັບນີ້.

3.ເປົ້າໝາຍຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ມີເປົ້າໝາຍສູງສຸດແມ່ນເພື່ອການພັດທະນາຄົນໃຫ້ມີຄຸນນະພາບ ແລະ ສັກກາຍະພາບທີ່ຈະເຮັດວຽກໃຫ້ສ່ວນລວມ, ຊ່ວຍພັດທະນາໃຫ້ມີຄວາມກ້າວໜ້າ, ຮັ່ງມີໃຫ້ກັບສະຫະກອນ ໂດຍຫຼັກການພັດທະນາຈິດໃຈ, ພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີຄຸນນະພາບ ຄືດັ່ງລຸ່ມນີ້:

  • 1) ໃຫ້ຄົນຮຽນຮູ້ບັນຫາຂອງຄົນ, ສັງຄົມອ້ອມຂ້າງດ້ວຕົນເອງ, ຮຽນຮູ້ວິທີແກ້ໄຂບັນຫາ ແລະ ຮຽນຮູ້ທີ່ຈະສ້າງຊິວິດການເປັນຢູ່ທີ່ດີຮ່ວມກັນ ແລະ ເລື່ອງອື່ນໆ ທີ່ສາມາດນຳມາໃຊ້ໃນການພັດທະນາຄວາມເປັນຢູ່ທີ່ດີຮ່ວມກັນ.
  • 2) ໃຫ້ຄົນໃນສັງຄົມມີຖານະດີຂຶ້ນໄປພ້ອມກັນ ແລະ ສັງຄົມມີຄວາມສະຫງົບສຸກ, ປາສະຈາກໄພອັນຕະລາຍ ແລະ ຄວາມເສຍຫາຍ. ຄົນທີ່ເປັນຄົນດີແມ່ນຄົນທີ່ຢູ່ຮ່ວມກັນຢ່າງມີຄວາມສຸກ
  • 3) ທຸກຄົນໃນສະຫະກອນຈະມີສິດທິສະເໝີພາບກັນ, ບໍ່ດູຖູກ, ຊ້ຳເຕີມ ຫຼື ແບ່ງຊົນຊັ້ນ, ທຸກຄົນສາມາດໃຊ້ສິດຂອງຕົນເອງໃນຖານະທີ່ເປັນມະນຸດໄດ້ຢ່າງພາກພູມໃຈ ແລະ ມີກຽດສັກສີເທົ່ທຽມກັນ.

4. ຄວາມໝາຍຂອງສັນຍາລັກ

ສັນຍາລັກນີ້ ແມ່ນເຄື່ອງໝາຍແທນສະຫະກອນສິນເຊື່ອໃນທຸກໆບ່ອນທົ່ວໂລກ, ອົງປະກອບຂອງສັນຍາລັກໄດ້ບົ່ງບອກເຖິງຄວາມໝາຍ, ຄວາມສຳພັນ ແລະ ອຸດົມການຂອງສະຫະກອນສິນເຊື່ອ ດັ່ງລຸ່ມນີ້:

  • ຮູບໜ່ວຍໂລກ: ເປັນອົງປະກອບຂອງສັນຍາລັກນີ້ ເພື່ອສະແດງໃຫ້ເຫັນວ່າສະຫະກອນສິນເຊື່ອເປັນອົງກອນທາງການເງິນປະເພດໜຶ່ງທີ່ມີຢູ່ທົ່ວໂລກ.

  • ຮູບເງົາຄົນ 4 ຄົນ: ສະແດງໃຫ້ເຫັນເຖິງສະຖາບັນຄອບຄົວຂອງມະນຸດ, ຜູ້ອຸທິຕົນເຮັດວຽກເພື່ອຜົນປະໂຫຍດສ່ວນລວມ. ສາເຫດທີ່ສະແດງເປັນຮູບເງົາ ເພື່ອຫຼີກລ້ຽງການສະແດງໃຫ້ເຫັນເຖີງຄວາມແຕກຕ່າງຂອງເຄື່ອງແຕ່ງກາຍປະຈຳຊາດ ເພາະວ່າສະຫະກອນສິນເຊື່ອນັ້ນຮັບໃຊ້ ແລະ ໃຫ້ບໍລິການຄົນທົ່ວໂລກ.

  • ຮູບມືຄູ່: ສະແດງໃຫ້ເຫັນເຖິງຄຸນລັກສະນະແຫ່ງການຊ່ວຍເຫຼືອຕົນເອງຂອງສະຫະກອນສິນເຊື່ອ ເມື່ອເຮົາເປັນສະມາຊິກຂອງສະຫະກອນເທົ່າກັບເຮົາເປັນສ່ວນໜຶ່ງໃນຄອບຄົວຂອງປະຊາຊົນຜູ້ຝາກເງິນຮ່ວມກັນ ແລະ ໃຫ້ບໍລິການເງິນກູ້ເຊິ່ງກັນ ແລະ ກັນ ຕາມຈຳນວນທືນທີ່ມີ ໃນຖານະທີ່ເປັນສະມາຊິກເທົ່າກັບເປັນເຈົ້າຂອງທຸລະກິດ ແລະ ມີສ່ວນຮ່ວມໃນການບໍລິຫານ, ຄວບຄຸມນະໂຍບາຍ ເພາະວ່າສະຫະກອນສິນເຊື່ອເປັນອົງກອນຂອງເຮົາ.

  • ຮູບມື, ຮູບເງົາຄົນ ແລະ ໜ່ວຍໂລກ: ແມ່ນເຄື່ອງໝາຍຂອງສະຫະກອນສິນເຊື່ອ ເປັນສັນຍະລັກຂອງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈາກບຸກຄົນໜຶ່ງໄປຫາບຸກຄົນໜຶ່ງທົ່ວໂລກ ຕາມຫຼັກການຂອງສະຫະກອນສິນເຊື່ອ.

ເມື່ອນຳອົງປະກອບທັງໝົດມາລວມກັນ ກາຍເປັນສັນຍາລັກຂອງສະຫະກອນສິນເຊື່ອຕ່າງໆ ໃນທຸກຊາດ, ທຸກພາສາ, ຫົວໃຈສຳຄັນແມ່ນຄວາມເປັນສາກົນ ແລະ ການສະແດງພາບລວມຂອງສະຫະກອນສິນເຊື່ອ ໃນລັກສະນະທີ່ສາມາດຫຼັບຕາເຫັນຮູບລາຍລະອຽດໄດ້ທັນທີ.