ເຄື່ອຂ່າຍສະຫະກອນສິນເຊື່ອທົ່ວໂລກ

ສະຫະກອນສິນເຊື່ອໃນປະເທດລາວ ແລະ ສະຫະກອນສິນເຊື່ອສາກົນ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເປັນສະຫະກອນປະເພດດຽວທີ່ມີການພົວພັນຕັ້ງແຕ່ລະດັບຂົງເຂດ, ລະດັບປະເທດ, ລະດັບທະວີບ, ເຂດພູມີພາກຂອງໂລກ ແລະ ລະດັບໂລກ ແຕ່ວ່າໃນລະດັບຂົງເຂດ ເຫັນວ່າສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເປັນຂະໜາດນ້ອຍ ມີທຸລະກິດນ້ອຍໆ ເມື່ອທຽບກັບສະຫະກອນປະເທດອື່ນໆ ເຫັນວ່າສະຫະກອນທີ່ນ້ອຍແຕ່ມີການພົວພັນກັນຢ່າງເປັນລະບົບສາກົນ ຈຶ່ງສາມາດຖ່າຍໂອນຊັບພະຍາກອນທາງເສດຖະກິດລະຫວ່າງກັນໄດ້ທົ່ວໂລກ ໃນປະຈຸບັນສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຈັດລະດັບການພົວພັນພັນໄດ້ 4-5 ລະດັບ ຊຶ່ງ 2-3 ລະດັບທໍາອິດເປັນການພົວພັນລະຫວ່າງ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ທີ່ຢູ່ໃນປະເທດດຽວກັນ ອີກສອງລະດັບ ເປັນການພົວພັນລະດັບນາໆຊາດ ລັກສະນະການພົວພັນພາຍໃນ ແລະ ພາຍນອກປະເທດ ມີລັກສະນະການພົວພັນດັ່ງນີ້:

    • ການພົວພັນຂອງຂະບວນການພາຍໃນປະເທດ ມີ 2-3 ລະດັບ.
    • 1) ລະດັບບ້ານ ຫຼື ທ້ອງຖິ່ນ: ໜ່ວຍງານການພົວພັນຂອງສະມາຊິກເປັນບຸກຄົນທຳມະດາ ລະດັບນີ້ສະຫະ ກອນສິນເຊື່ອຈັດຕັ້ງຂື້ນປະກອບດ້ວຍບຸກຄົນທຳມະດາ ທີ່ອາໃສຢູ່ໃນທ້ອງຖິ່ນດຽວກັນເປັນສະມາຊິກໃນອົງກອນ, ໜ່ວຍງານດຽວກັນ ຫຼື ເປັນພະນັກງານໃນໜ່ວຍງານທຸລະກິດດຽວກັນ ຮ່ວມກັນຕາມກົດໝາຍຈົດທະບຽນສະຫະ ກອນເປັນນິຕິບຸກຄົນລະດັບປະຊຸມຕາມວິທີການສະຫະກອນ ດຳເນີນງານຕາມຫຼັກການສະຫະກອນ ແລະ ສະມາຊິກມີອຸດົມການໃນລັກສະນະສະຫະກອນ ມີຈຳນວນສະມາຊິກໜ້ອຍ ຫຼື ຫຼາຍ ຂື້ນຢູ່ກັບປະລິມານຂອງປະຊາຊົນຢູ່ໃນຂົງເຂດນັ້ນ.
    • 2) ລະດັບແຂວງ ຫຼື ລະດັບພາກ: ເປັນການລວມຕົວກັນຂອງສະຫະກອນລະດັບທ້ອງຖິ່ນ ຕາມກົດໝາຍຂອງແຕ່ປະເທດທີ່ກຳນົດໄວ້ ໃນ ສປປ ລາວ ໄດ້ອອກດໍາລັດ ວ່າດ້ວຍ ສະມາຄົມ ເລກທີ 238/ລບ,ລົງວັນທີ 11 ສິງຫາ 2017 ໃນລະດັບແຂວງຕ້ອງມີສະມາຊິກຢ່າງນ້ອຍ 15 ຄົນ, ຮ່ວມກັນຈັດຕັ້ງຂຶ້ນ ” ໃນປະເທດທີ່ ມີຄວາມກ້ວາງໃຫຍ່ໄພສານຂອງພື້ນທີ່ ມັກນິຍົມສ້າງຕັ້ງສະມາຄົມສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ປະເພດນີ້ຂຶ້ນຫຼາຍ, ສໍາລັບປະເທດລາວແມ່ນຍັງບໍ່ທັນມີສະມາຄົມ ປະເພດນີ້ເທື່ອ.
    • 3) ລະດັບຊາດ ຫຼື ປະເທດ: ສະມາຄົມຕ້ອງມີສະມາຊິກຢ່າງໜ້ອຍ 25 ຄົນ (238/ລບ) ເປັນການລວມຕົວກັນຂອງ ສະມາຄົມ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດລະດັບແຂວງ ຫຼື ພາກ ຈັດຕັ້ງສະມາຄົມລະດັບນີ້ຂຶ້ນມາ ເຊີ່ງໃນ ສປປ ລາວ ແມ່ນ: ສະມາຄົມສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ສປປ ລາວ.
    • ການພົວພັນລະດັບສາກົນ ມີ 2 ລະດັບ.
    • 1) ລະດັບທະວີບ ເປັນການຮວມໂຕກັນຂອງສະມາຄົມສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດລະດັບຊາດ (ສະຫະພັນ) ໃນທະວີບດຽວກັນຈັດຕັ້ງອົງການສະຫະພັນຂື້ນມາເຊັ່ນທະວີບອາຊີແມ່ນ: ສະຫະພັນ ສະມາຄົມສະຫະກອນອາຊີ (Association of Asian Confederation of Credit Unions).
    • 2) ລະດັບໂລກ ເປັນອົງການທີ່ຮວມເອົາບັນດາສະມາຄົມສະຫະກອນສິນເຊື່ອ (ສະຫະພັນ) ລະດັບທະວີບໃນປະເທດໃຫຍ່ເຂົ້າກັນ